ບໍລິສັດນ້ຳແຮ່ທາດ ມິນີໂຣ
| ປະຫວັດຄວາມເປັນມາຂອງໂຮງງານນໍ້າແຮ່ທາດມິນີໂຣ ຂອງພວກເຮົາແມ່ນໄດ້ເລີ່ມມາຈາກແຫຼ່ງນໍ້າ 'ພູພຶງ' ທີ່ພົບເຫັນໃນສະໄໝລາວລ້ານຊ້າງ (ສະໄໝອານານິຄົມຂອງຝຣັ່ງ).
ພູພືງ ແມ່ນແຫຼ່ງນໍ້າພູດອຍ ແລະ ບໍ່ນໍ້າທີ່ມີຊື່ສຽງໂດ່ງດັງ ເຊິ່ງໃນເມື່ອກ່ອນທາງລາຊະວົງ ໄດ້ນຳໃຊ້ ແລະ ສະຖານທີ່ແຫ່ງນີ້ ໄດ້ຫັນປ່ຽນເປັນໂຮງງານນ້ຳດື່ມແຮ່ທາດ ມິນີໂຣ ຈົນເຖິງທຸກວັນນີ້.
ໂຮງງານນ້ຳແຮ່ທາດ ມິນີໂຣ ຕັ້ງຢູ່ລຸ່ມພູພຶງ ແລະ ສາມາດດູດແຮ່ທາດທີ່ສຳຄັນໄດ້ຈາກນ້ຳສ້າງໃຕ້ດິນທີ່ມີຄວາມເລິກ 90 ແມັດ.

ພາລະກິດຂອງພວກເຮົາ
ແມ່ນເພື່ອສ້າງຜະລິດຕະພັນນໍ້າແຮ່ທາດຊັ້ນນໍາສໍາລັບຕະຫຼາດພາຍໃນ ແລະ ຕ່າງປະເທດ, ການນໍາໃຊ້ເຄື່ອງຈັກທີ່ທັນສະໄໝ ແລະ ຂະບວນການຜະລິດທີ່ມີເຕັກໂນໂລຢີສູງທີ່ສຸດເພື່ອ ຜະລິດ ນ້ຳດື່ມແຮ່ທາດທີ່ມີຄຸນນະພາບສູງສໍາລັບລູກຄ້າຂອງພວກເຮົາ
ວິໄສທັດຂອງພວກເຮົາ
ແມ່ນເພື່ອເປັນຜູ້ນໍາໃນການຜະລິດນໍ້າແຮ່ທາດ ໃນພາກພື້ນແລະຮັບຮອງເອົາຂະບວນການຜະລິດມູນໃຊ້ເເບບຄົບວົງຈອນ ເພື່ອຮັກສາຄວາມຍືນຍົງ ຂອງບໍລິສັດ, ສັງຄົມ ແລະສິ່ງແວດລ້ອມ.
ພວກເຮົາຕັ້ງເປົ້າໝາຍທີ່ຈະບັນລຸຂະບວນການຜະລິດທີມູນໃຊ້ເເບບຄົບວົງຈອນໃນປີ 2035.
