ປະຫວັດຄວາມເປັນມາຂອງພວກເຮົາ

ນໍ້າດື່ມ​ທີ່​ດີ​ທີ່​ສຸດ​ຂອງ ​ຫຼວງ​ພະ​ບາງ

ໂຮງງານຂອງພວກເຮົາຜະລິດນໍ້າດື່ມແຮ່ທາດທໍາມະຊາດ ຈາກບໍ່ນໍ້າພູພືງ, ເເຂວງຫຼວງພະບາງ. ທ່ານ ໄຊຍະສິງ ຊະນະແກ້ວ ໄດ້ ສ້າງຕັ້ງບໍລິສັດເເຕ່ປີ 2002 ເປັນຕົ້ນມາ. ພວກເຮົາພະຍາຍາມຮັບໃຊ້ ເເລະ ຕອບສະໜອງຄວາມຕ້ອງການທີ່ເຜີ້ມຂຶ້ນຂອງການບໍລິໂພກນໍ້າດື່ມທີ່ສະອາດ, ປອດໄພ ແລະ ດີຕໍ່ສຸຂະພາບ.

ໃນຖານະທີ່ເປັນບໍລິສັດລູກຂອງກຸ່ມບໍລິສັດດີເອຊເຄ ຈໍາກັດ. ໂຮງງານນໍ້າດື່ມແຮ່ທາດ ‘ມິນີໂຣ’ ໄດ້ກໍ່ຕັ້ງຂຶ້ນໃນປີ 2002 ດ້ວຍຄວາມປາຖະໜາທີ່ຈະແບ່ງປັນນໍ້າທີ່ດີທີ່ສຸດຂອງຫຼວງພະບາງໃຫ້ແກ່ຜູ້ບໍລິໂພກຂອງພວກເຮົາ.

ຈຸດປະສົງຂອງນໍ້າດື່ມແຮ່ທາດ ‘ມິນີໂຣ’ ແມ່ນຮັກສາຄວາມຍືນຍົງ, ມີຄວາມເຄົາລົບ, ຊື່ສັດ, ມຸ່ງໝັ້ນຕໍ່ຊຸມຊົນ ແລະ ສັງຄົມ ເພື່ອສ້າງຄວາມເຊື່ອໝັ້ນຈາກຜູ້ບໍລິໂພກ.

ໂຮງງານນໍ້າດື່ມແຮ່ທາດ ‘ມິນີໂຣ’ ຈະດໍາເນີນອົງກອນ ເເລະ ປະຕິບັດການຜະລິດໃຫ້ມີຄວາມຮັບຜິດຊອບສູງ ພອ້ມການສະ ໜັບສະໜູນຊຸມຊົນໄປພອ້ມກັນ.

ການຕັດສິນໃຈແລະການກະທໍາຂອງພວກເຮົາສະທ້ອນໃຫ້ເຫັນເຖິງສະພາບແວດລ້ອມ ແລະ ພວກເຮົາພະຍາຍາມທຸກໆມື້ເພື່ອຮັກສາ ເເລະ ຮັບປະກັນຄວາມຍືນຍົງໃນໄລຍະຍາວຂອງຊຸມຊົນຂອງພວກເຮົາ.

ເເຫຼ່ງບໍ່ນໍ້າທຳມະຊາດເເມ່ນມີຄວາມເລິກ 90ແມັດ ຈາກພື້ນດິນ ເເລະ ເປັນແຫຼ່ງນໍ້າພູພືງທຳມະຊາດ ທີ່ທາງນັກວິໄຈພົບເຫັນໃນປີ 1993, ເຊີ່ງຫ່າງຈາກຕົວເມືອງ ຫຼວງພະບາງ 9ກິໂລແມັດ.

ນໍ້າດື່ມ ‘ມິນີໂຣ’ ມີແຮ່ທາດທີ່ອຸດົມສົມບູນ, ຄວາມສົມດຸນຂອງ pH ສໍາລັບລົດຊາດທີ່ບໍລິສຸດ ແລະ ຮ່າງກາຍທີ່ເເຂງເເຮງ, ນີ້ເເມ່ນ "ຂອງຂວັນຈາກທໍາມະຊາດ".