ຄວາມຍືນຍົງ
ຢູ່ໂຮງງານ ‘ມິນີໂຣ’, ຫຼັກໝັ້ນຄວາມຍືນຍົງແມ່ນພາລະກິດຂອງພວກເຮົາ.
ພວກເຮົາ ຕັ້ງເປົ້າມາດຕະຖານທີ່ເປັນມິດກັບສິ່ງແວດລ້ອມ, ສອດຄ່ອງກັບທຸກບາດກ້າວຂອງການຜະລິດດ້ວຍການຄໍານຶງຕໍ່ສິ່ງແວດລ້ອມ.
ຈາກແຫຼ່ງທີ່ມາຂອງນໍ້າເເຮ່ທາດຈົນເຖິງການຫຸ້ມຫໍ່, ພວກເຮົາໃຫ້ຄໍາຫມັ້ນສັນຍາທີ່ ຈະປະຕິບັດທຸລະກິດທີ່ມີຄວາມຮັບຜິດຊອບທີ່ສະທ້ອນ ເເລະ ເຄົາລົບຕໍ່ ສິ່ງ ແວດ ລ້ອມ.
ພວກເຮົາພະຍາຍາມຮັກສາຄວາມສົມດຸນລະຫວ່າງສິ່ງແວດລ້ອມ, ເສດຖະກິດ, ຄວາມຮັບຜິດຊອບທາງດ້ານສັງຄົມ.
ການພັດທະນາສີມືແຮງງານ ຂອງພວກເຮົາ
ພະນັກງານຂອງພວກເຮົາມີຄວາມສໍາຄັນຕໍ່ການພັດທະນາໃນທາງບວກຂອງບໍລິສັດຂອງພວກເຮົາ. ທັກສະ, ປະສົບການ, ຄໍາຫມັ້ນສັນຍາ, ການອຸທິດຕົນ, ຄວາມກະຕືລືລົ້ນ ແລະ ຮັກອາຊີບ ເປັນສິ່ງຈໍາເປັນເພື່ອຕອບສະຫນອງຄວາມຄາດຫວັງສູງຂອງຊຸມຊົນ ເເລະ ພັດທະນາຜະລິດຕະພັນ ນໍ້າດື່ມເເຮ່ທາດ ‘ມິນີໂຣ’ ຢ່າງຕໍ່ເນື່ອງ.
ພວກເຮົາຊຸກຍູ້ການພັດທະນາດ້ານວິຊາອາຊີບ, ສ້າງບຸກຄະລາກອນ ແລະ ພະຍາຍາມສ້າງສະພາບແວດລ້ອມທີ່ດີໃຫ້ພະນັກງານ ເພື່ອທີ່ຈະສາມາດພັດທະນາ ແລະ ເຕີບໃຫຍ່ໄດ້. ສ້າງເເຮງານໃຫ້ມີຄວາມຫມາຍ, ຄວາມຮັບຜິດຊອບ ເພື່ອ ຈະໄດ້ສ້າງຜົນງານທີ່ດີສູງສຸດໃຫ້ອົງກອນ.

ສຸຂະພາບແລະສະຫວັດດີການ
ນອກເຫນືອຈາກລົດຊາດ, ນ້ຳຂອງພວກເຮົາແມ່ນແຫຼ່ງຂອງສຸຂະພາບ. ອຸດົມໄປດ້ວຍແຮ່ທາດທີ່ຈຳເປັນ ແລະ ມີຄວາມສົມດຸນຂອງ pH ຢ່າງສົມບູນ, ນ້ຳແຮ່ທາດສົ່ງເສີມສຸຂະພາບຮ່າງກາຍ ແລະ ຈິດໃຈ. ພວກເຮົາຕອບສະຫນອງນໍ້າເເຮ່ທາດທີ່ດີໃຫ້ກັບສຸຂະພາບຮ່າງກາຍທ່ານໃຫ້ສົດຊື່ນ ເເລະ ເເຂງເເຮງ.
ປະກອບສ່ວນເຂົ້າໃນຄວາມເປັນກາງຂອງສິງເເວດລ້ອມ
ການປະຕິບັດຂອງພວກເຮົາ ແລະ ຄໍາຫມັ້ນສັນຍາທີ່ຈະຫຼຸດຜ່ອນການປ່ອຍອາຍພິດ. ໂດຍການນໍາໃຊ້ລົດໄຟຟ້າຫຼາຍຂື້ນ ສໍາລັບກິດຈະກໍາການບໍລິຫານ ແລະ ການຕະຫຼາດ, ພວກເຮົາສາມາດຫຼຸດຜ່ອນການບໍລິໂພກນໍ້າມັນເຊື້ອໄຟຢ່າງຫຼວງຫຼາຍ. ທຸກໆສິ່ງອໍານວຍຄວາມສະດວກຂອງພວກເຮົາແມ່ນຕິດຕັ້ງດ້ວຍໄຟ LED. ດ້ານເທິງຫລັງຄາໂຮງງານ ເເມ່ນມີເເຜນຈະຕິດຕັ້ງ ແຜງໂຊລ້າ ເພື່ອໃຫ້ໄດ້ພະລັງງານຈາກແສງຕາເວັນ ເເລະ ນໍາໃຊ້ພະລັງງານສະອາດທັງໝົດໃນກາຜະລິດ ນໍ້າດື່ມເເຮ່ທາດ ‘ມິນີໂຣ’ ຢ່າງຍືນຍົງ.


ການຫຸ້ມຫໍ່ແບບຍືນຍົງ
PET ມີຄວາມສໍາຄັນຫຼາຍຕໍ່ອຸດສາຫະກໍາຂອງພວກເຮົາ ແລະ ພວກເຮົາສືບຕໍ່ຮັກສາຢ່າງໃກ້ຊິດ ກ່ຽວກັບການຫຸ້ມຫໍ່ຂອງພວກເຮົາ, ແລະ ເພີ່ມປະສິດທິພາບໃນການນໍາໃຊ້ເເຕ່ລະ g ຂອງພາດສະຕິກຂອງພວກເຮົາ. ຕຸກ PET ສາມາດ ນໍາມາໃຊ້ຄືນໄດ້ຢ່າງເຕັມສ່ວນ.ເເກັດເຈ້ຍ ຍັງຖືກມານໍາໃຊ້ສໍາລັບການຈັດສົ່ງທາງໄກເພື່ອຮັບປະກັນການຫຸ້ມຫໍ່ທີ່ດີ ແລະ ຕຸກນໍ້າກໍໄດ້ຮັບການປົກປ້ອງຢ່າງດີ. ເເກັດເຈ້ຍຂອງພວກເຮົາແມ່ນເປັນມິດກັບສິ່ງແວດລ້ອມ ແລະ ຍັງສາມາດນໍາມາໃຊ້ຄືນໃຫມ່ ແລະ ສາມາດຍ່ອຍສະຫຼາຍໄດ້ງ່າຍ.


ທີ່ຢູ່
ຖະໜົນ 13 ເຫນືອ, ບ້ານ ດອນກາງ, ນະຄອນ ເເລະ ແຂວງຫຼວງພະບາງ, 06000, ສປປ ລາວ
ອີເມວ
info@mineralwaterlao.com
ເບີໂທ
+856 71 212674
+856 20 7777 7107